Notice: file_put_contents(): Write of 691 bytes failed with errno=28 No space left on device in /www/wwwroot/muzbon.net/system/url_helper.php on line 265
Lao Entertainment - ກ້ຽວສາວງື່ມ | Скачать MP3 бесплатно
ກ້ຽວສາວງື່ມ

ກ້ຽວສາວງື່ມ

Lao Entertainment

Длительность: 3:38
Год: 2023
Скачать MP3

Текст песни

(ຊາຍ) ໂອ້... ສາວແຄມງື່ມແຫ່ງນີ້
ອ້າຍຂໍຝາກໄມຕຣີ ກັບນ້ອງນີ້ດ້ວຍໃຈໝາຍໝັ້ນ
ຂໍຝາກກາຍ ຝາກດວງຊີວັນ
ມອບໃຫ້ແດ່ຈອມຂວັນ ນວນນ້ອງສາວແຄມງື່ມ
ຮັກເຈົ້ານີ້ ອ້າຍບໍ່ຄິດຈະລະລືມ
ຫວັງຕາຍຮ່ວມສາວງື່ມ ບໍ່ລືມບໍ່ເລືອນໜີເລີຍ

(ຍິງ) ໂອ້... ບ່າວວຽງຈັນນີ້ເອີຍ
ນ້ອງເກີດມາບໍ່ເຄີຍ ຈະຮັກຊາຍຄົນໃດມາກ່ອນ
ນ້ອງເປັນສາວ ຊາວປ່າດົງດອນ
ໃຜບໍ່ເຄີຍມາວອນ ຂໍຄວາມຮັກຈາກນ້ອງ
ມີແຕ່ອ້າຍ ຄົນດຽວທີ່ມາໝາຍປອງ
ນ້ອງເອງບໍ່ຂັດຂ້ອງ ຮັກນ້ອງແລ້ວຢ່າປ່ຽນໃຈ

(ຊາຍ) ນໍ້າງື່ມຮັກແຄມງື່ມ ນັ້ນພຽງໃດ
ກໍປຽບເໝືອນຫົວໃຈ ອ້າຍຮັກນ້ອງພຽງນັ້ນ
(ຍິງ) ນໍ້າງື່ມຮັກແຄມ ບໍ່ຍອມແປຜັນ
ຂໍດວງໃຈອ້າຍນັ້ນ ເໝືອນນໍ້າງື່ມນີ້ແລ້ວກໍພໍ

(ຊາຍ) ໂອ້... ສາວແຄມງື່ມນີ້ໜໍ
ອ້າຍຂໍຮັກນ້ອງໝັ້ນ ຊົ່ວຊີວັນຈະຈາກໂລກນີ້
(ຍິງ) ນ້ອງເໝືອນກັນ ຈະຊື່ສັດພັກດີ
ຮັກແຕ່ພຽງອ້າຍນີ້ ບໍ່ມີວັນລືມໄດ້

(ຊາຍ) ບຸນອ້າຍແລ້ວ ນ້ອງແກ້ວເຈົ້າຍັງເຫັນໃຈ
(ຍິງ) ເພາະນ້ອງກໍຮັກອ້າຍ ຮັກອ້າຍໝາຍຝາກຊີວັນ
(ຊາຍ) ນ້ອງເອີຍຢ່າເລີຍ ລະລືມຮັກໝັ້ນ
(ຍິງ) ອ້າຍເອີຍ ນ້ອງບໍ່ລືມເລີຍຮັກນັ້ນ
(ຮ່ວມ) ເຮົາຂໍຢູ່ຮ່ວມກັນ ຮັກກັນຊົ່ວນິຣັນດອນ