ขอคืนเมียเก่า (ຂໍຄືນເມຍເກົ່າ)
น้อย เพชรภูไท
ນ້ອງສາວລາວໃຕ້ ເຄີຍໄປເຮັດງານຢູ່ຈັງຫວັດອຸບົນ ພົບຮັກກັບຊາຍຫນື່ງຄົນ ບ່າວໄທອຸບົນຈົນເຂົາຊາ ກັບມາຍາມບ້ານ ຜ່ານດ່ານຊ່ອງເມັກວັງເຕົາໄປມາ ມີຊາຍຄົນຫນື່ງເຂົ້າມາ ຊິຂານອາສາດູແລຫົວໃຈ ເມື່ອຮັກຊື້ງໃຈ ມີຍາດຜູ້ໃຫຍ່ອ້າຍມາຢືນຢັນ ວ່າຜູ້ຊາຍຄົນນັ້ນ ມີພັນລະຍາທັງນ້ອຍແລະໃຫຍ່ ພໍໄດ້ຮູ້ຂ່າວ ຫົວໃຈປວດລ້າວນໍ້າຕາຕົກໃນ ຜິດສິນຫ້າກາເມບໍ່ໄຫວ ຈື່ງກັບລາວໃຕ້ປາກເຊບ້ານເກີດ ເບີ່ງຫນ້າງວກຫລັງ ນໍ້າຕາພັງໄຫລລົງຮໍາແກ້ມ ຕໍ່າຫລວດຕໍມໍຈົນແນມ ແຖມຍັງຍືນຜ້າເຢັນໃຫ້ ປິດເຄື່ອງທັນທີ່ ຊ້ວງນີ້ຈະບໍ່ຮັບສາຍໃຜ ເມືອກາບແມ່ພໍ່ ຂໍຂະມາທີ່ລູກຜິດໄປ ແຕ່ຮັກຍັງຝັງໃນໃຈ ຜູ້ບ່າວຄົນໄທຈັງຫວັດອຸບົນ ນ້ອງສາວລາວໃຕ້ ກັບຈາກເມືອງໄທຮອດເມືອງປາກເຊ ແຕ່ໃຈຍັງຫ່ວງຢູ່ເດ້ ຈັກປານໃດເດ້ຊິລືມໄດ້ ຂໍເປັນພຽງນ້ອງ ສ້າງຄວາມປອງດອງສາວລາວບ່າວໄທ ພາລູກເມຍມາຢາມນ້ອງໄດ້ ນ້ອງສາວລາວໃຕ້ຕ້ອນຮັບສະເຫມີ